ກ່ຽວກັບ Laocourse
ເວັບໄຊຮຽນອອນລາຍຂອງຄົນລາວ
ແຫຼ່ງລວມຄວາມຮູ້ ແລະ ທັກສະທີ່ນຳໄປໃຊ້ເຮັດວຽກໄດ້ຈິງ
ກ່ຽວກັບ Laocourse
Laocourse ແມ່ນ Platform ການຮຽນຮູ້ອອນລາຍທີ່ທັນສະໄໝ ສ້າງຂຶ້ນເພື່ອຕອບສະໜອງຄວາມຕ້ອງການດ້ານການສຶກສາຂອງຄົນລາວໃນຍຸກດິຈິຕອນ.
ພວກເຮົາເຊື່ອວ່າທຸກຄົນມີສິດທີ່ຈະເຂົ້າເຖິງການສຶກສາທີ່ມີຄຸນນະພາບສູງ ໂດຍບໍ່ຈຳກັດສະຖານທີ່ ແລະ ເວລາ. ດ້ວຍຄວາມມຸ່ງໝັ້ນທີ່ຈະນຳເອົາເທັກໂນໂລຢີ ມາຊ່ວຍພັດທະນາການສຶກສາໃນ ສປປ ລາວ.
ຜ່ານ Platform ຂອງພວກເຮົາ, ນັກຮຽນສາມາດເຮັດການຮຽນຮູ້ຫຼັກສູດທີ່ຫຼາກຫຼາຍ ຈາກຄູສອນທີ່ມີປະສົບການ ພ້ອມທັງສາມາດຮຽນໄດ້ທຸກທີ່ທຸກເວລາ.
ເປົ້າໝາຍຂອງພວກເຮົາ
ພວກເຮົາມຸ່ງໝັ້ນທີ່ຈະສ້າງອະນາຄົດທີ່ດີກວ່າຜ່ານການສຶກສາ
ວິໄສທັດ (Vision)
ເປັນແຫຼ່ງລວບລວມຄວາມຮູ້ ແລະ ແບ່ງປັນທັກສະທາງດ້ານດິຈິຕອນ ທີ່ເຂົ້າເຖິງງ່າຍ ເພື່ອໃຫ້ທຸກຄົນສາມາດພັດທະນາຕົນເອງ ແລະ ນຳໄປຕໍ່ຍອດໃນການເຮັດວຽກໄດ້ຈິງ
ພາລະກິດ (Mission)
ສ້າງ ແລະ ລວບລວມບົດຮຽນທີ່ເຂົ້າໃຈງ່າຍ, ເນັ້ນພາກປະຕິບັດ ເພື່ອຊ່ວຍໃຫ້ຜູ້ຮຽນສາມາດນຳເອົາຄວາມຮູ້ໄປພັດທະນາທັກສະຂອງຕົນເອງໃຫ້ກ້າວທັນຍຸກດິຈິຕອນ.
ເນື້ອຫາເຂົ້າໃຈງ່າຍ
ຕັ້ງໃຈສ້າງບົດຮຽນໃຫ້ກະຊັບ, ເຂົ້າໃຈງ່າຍ ແລະ ເໝາະສົມກັບຜູ້ຮຽນທຸກລະດັບ ຕັ້ງແຕ່ເລີ່ມຕົ້ນ.
ເນື້ອຫາເຂົ້າໃຈງ່າຍ
ຕັ້ງໃຈສ້າງບົດຮຽນໃຫ້ກະຊັບ, ເຂົ້າໃຈງ່າຍ ແລະ ເໝາະສົມກັບຜູ້ຮຽນທຸກລະດັບ ຕັ້ງແຕ່ເລີ່ມຕົ້ນ.
ຮຽນໄດ້ທຸກທີ່ ທຸກເວລາ
ຂໍພຽງແຕ່ມີອິນເຕີເນັດ ກໍສາມາດເຂົ້າຮຽນຜ່ານເວັບໄຊໄດ້ຕະຫຼອດ ບໍ່ວ່າຈະຢູ່ໃສກໍຕາມ.
ເນັ້ນນຳໄປໃຊ້ວຽກແທ້
ບົດຮຽນເນັ້ນພາກປະຕິບັດ ເພື່ອໃຫ້ຜູ້ຮຽນສາມາດນຳເອົາຄວາມຮູ້ໄປຕໍ່ຍອດໃນການເຮັດວຽກໄດ້ທັນທີ.
ພ້ອມໃຫ້ຄຳແນະນຳ
ເປັນພື້ນທີ່ແບ່ງປັນຄວາມຮູ້ ແລະ ພ້ອມໃຫ້ຄຳປຶກສາຊ່ວຍເຫຼືອ ເມື່ອຜູ້ຮຽນພົບເຫັນຂໍ້ຕິດຂັດ.
ພັດທະນາຢູ່ສະເໝີ
ພວກເຮົາພ້ອມຮັບຟັງຄຳຕິຊົມ ແລະ ຈະອັບເດດບົດຮຽນໃໝ່ໆ ໃຫ້ທັນກັບຍຸກສະໄໝຢູ່ສະເໝີ.
ການຮຽນຮູ້ບໍ່ມີມື້ສິ້ນສຸດ
ຢາກເປັນສ່ວນໜຶ່ງທີ່ສະໜັບສະໜູນໃຫ້ທຸກຄົນມ່ວນຊື່ນກັບການຮຽນຮູ້ ແລະ ພັດທະນາທັກສະໃໝ່ໆ ໄປນຳກັນ.
ພ້ອມທີ່ຈະເລີ່ມຕົ້ນຮຽນຮູ້ແລ້ວບໍ?
ມາເລີ່ມຕົ້ນຮຽນຮູ້ສິ່ງໃໝ່ໆ ແລະ ພັດທະນາທັກສະຂອງທ່ານໄປພ້ອມກັບພວກເຮົາເລີຍມື້ນີ້.